Home » Music » Sam Intharaphithak - I'm sorry (ຂ້ອຍຂໍໂທດ)

Sam Intharaphithak - I'm sorry (ຂ້ອຍຂໍໂທດ)

Written By myistylez on Friday, May 13, 2011 | 10:33 AM

 
ວັນນີ້ເປັນວັນທີ່ແສນຈະທໍາມະດາ ເໝືອນກັບທຸກໆວັນທີ່ຜ່ານມາ ແດດກະແຮງອາກາດທັງຮ້ອນແລະເອົ້າ ກິ່ນຄວັນລົດມັນເຮັດໃຫ້ຂ້ອຍນັ້ນເສົ້າ ຂ້ອຍຄິດເຖິງຕອນທີ່ເຮົາສອງຄົນເຄີຍຮັກກັນ ຕອນຂີ່ລົດກາຍໄປຂ້ອຍຈື່ໄດ້ວ່າເຮົາເຄີຍຢືນຢູ່ໝ້ອງນັ້ນ ເປັນພຽງແຕ່ຄວາມຊົງຈຳ ທີ່ເກີດຈາກການກະທຳ ທີ່ບໍ່ອາດຍົກໂທດໃຫ້ໄດ້ Baby I'm sorry excuse me I apologize ຄຳຂໍໂທດມັນປ່ຽນອະດີດບໍ່ໄດ້ ຄົນດີຂໍໂທດໃຫ້ໂອກາດອີກຄັ້ງ ຂໍໂທດຄືສິ່ງດຽວທີ່ເຮັດໄດ້ ສິ່ງທີ່ຂ້ອຍເຮັດລົງໄປນັ້ນມັນຜິດ ຂ້ອຍເຮັດລົງໄປກໍ່ຍ້ອນວ່າຂ້ອຍບໍ່ໄດ້ຄິດ ຂ້ອຍຮູ້ວ່າຂ້ອຍເວົ້າວ່າໃຈຂ້ອຍຢູ່ນໍາເຈົ້າ ແຕ່ຕອນນັ້ນສາຍຕາຂ້ອຍໄປຢູ່ທີ່ເຂົາ ຂ້ອຍຮູ້ວ່າຂ້ອຍຄົງພໍໃຈສິ່ງທີ່ມີຢູ່ ເລື່ອງນີ້ບໍ່ຖ້າໃຫ້ບອກ ຂ້ອຍກະຮູ້ ຊິໃຫ້ຂ້ອຍເຮັດແນວໃດເຈົ້າຈຶ່ງໃຫ້ອະໄພ ອີຫຍັງກະໄດ້ຂໍໃຫ້ເຈົ້າພໍໃຈ I'm sorry I'm sorry ຂ້ອຍຂໍໂທດ I'm sorry I'm sorry baby I apologize I'm sorry I'm sorry Oh, forgive me